
Medi-Cal ໂຄງການທັນຕະກຳ: Smile, California
ການຮັກສາສຸຂະພາບພາຍໃນປາກທີ່ດີກໍ່ເປັນໜຶ່ງໃນສິ່ງທີ່ດີທີ່ສຸດທີ່ທ່ານສາມາດເຮັດໄດ້ເພື່ອສຸຂະພາບທົ່ວໄປຂອງທ່ານ.
ຄຳຖາມທົ່ວໄປ
ຂ້ອຍຈະກວດສອບວ່າຂ້ອຍມີສິດໄດ້ຮັບ Medi-Cal ໄດ້ແນວໃດ?
ເພື່ອກວດສອບເບິ່ງການມີສິດຂອງທ່ານສຳລັບຜົນປະໂຫຍດຂອງ Medi-Cal, ກະລຸນາຕິດຕໍ່ຫາ Medi‑Cal ທີ່ເບີ 1‑800‑541‑5555 ຫຼື ສຳນັກງານບໍລິການສັງຄົມຂອງຄາວຕີ້ຂອງທ່ານ.
ຈະເກີດຫຍັງຂຶ້ນຖ້າຫາກການປິ່ນປົວຮັກສາທີ່ທັນຕະແພດຂອງຂ້ອຍຂໍນັ້ນຖືກປະຕິເສດ ຫຼື ປ່ຽນແປງ?
ທ່ານຈະໄດ້ຮັບແຈ້ງການກ່ຽວກັບການດຳເນີນງານດ້ານທັນຕະກຳຂອງ Medi-Cal ຖ້າຫາກການປິ່ນປົວຮັກສາຂອງທ່ານໄດ້:
- ເລື່ອນໄປ – ສົ່ງກັບໄປຫາຜູ້ໃຫ້ບໍລິການທັນຕະກຳສຳລັບເຮັດການແກ້ໄຂ. ຜູ້ໃຫ້ບໍລິການທັນຕະກຳມີເວລາ 45 ວັນໃນການສົ່ງກັບຄືນການແກ້ໄຂ. ຖ້າຜູ້ໃຫ້ບໍລິການທັນຕະກຳບໍ່ຕອບກັບ, ພວກເຮົາຈະສົ່ງແຈ້ງການກ່ຽວກັບການປະຕິບັດດ້ານທັນຕະຂອງ Medi‑Cal ອີກອັນໜຶ່ງໃຫ້ແກ່ທ່ານເພື່ອແຈ້ງໃຫ້ທ່ານຮູ້.
- ປ່ຽນແປງ – ການປິ່ນປົວຮັກສາໄດ້ຮັບການອະນຸມັດແຕ່ແຕກຕ່າງຈາກສິ່ງທີ່ທັນຕະແພດຕ້ອງການ.
- ປະຕິເສດ – ການປິ່ນປົວຮັກສາບໍ່ໄດ້ຮັບການອະນຸມັດ.
ຖ້າຫາກທ່ານຖືກປະຕິເສດບໍລິການທີ່ທັນຕະແພດຂອງທ່ານໄດ້ຂໍກ່ອນການໄດ້ຮັບອະນຸຍາດ, ກະລຸນາຕິດຕໍ່ຫາທັນຕະແພດຂອງທ່ານເພື່ອກວດສອບວ່າສາມາດດຳເນີນການປະເມີນຄຳຂໍຄືນໃໝ່ໄດ້ຫຼືບໍ່. ທ່ານອາດຈະຕ້ອງຍື່ນຄຳຮ້ອງຂໍການໄຕ່ສວນທີ່ເປັນທຳຜ່ານພະແນກບໍລິການສັງຄົມ (Department of Social Services) ໂດຍການໂທແບບບໍ່ເສຍຄ່າໄດ້ທີ່ເບີ (800) 952-5253. ທ່ານຍັງອາດຈະຂຽນໜັງສືເຖິງ:
The Department of Social Services
State Hearings Division
P.O. Box 944243 MS 19-37
Sacramento, CA 94244-2430
ເພື່ອເຮັດໃຫ້ຄຳຮ້ອງຂໍຂອງທ່ານໄວຂຶ້ນ, ກະລຸນາໃສ່ເລກຄວບຄຸມເອກະສານ (DCN). DCN ອ້າງອີງເຖິງບໍລິການທີ່ຖືກປະຕິເສດ.
ແມ່ນຫຍັງຈະເກີດຂຶ້ນ, ຖ້າຫາກຂ້ອຍຕ້ອງການຄວາມຄິດເຫັນທີສອງ?
ຖ້າຫາກທ່ານຕ້ອງການຂັ້ນຕອນການປິ່ນປົວຮັກສາທາງທັນຕະກຳທີ່ທັນຕະແພດຂອງທ່ານບອກທ່ານວ່າທ່ານບໍ່ມີສິດຕາມຄວາມຈຳເປັນທາງການແພດ, ທ່ານສາມາດຂໍຄວາມຄິດເຫັນທີສອງໃນການປິ່ນປົວຮັກສາທາງທັນຕະກຳຂອງທ່ານໄດ້. ໂທຫາສູນບໍລິການໂທລະສັບທີ່ເບີ 1‑800‑322‑6384 ຕໍ່ຫາ 11 ແລະ ຂໍຄວາມຊ່ວຍເຫຼືອໃນການຊອກຫາທັນຕະແພດອື່ນ.
ຜູ້ຕາງໜ້າທີ່ໄດ້ຮັບອະນຸຍາດແມ່ນຫຍັງ?
ຜູ້ຕາງໜ້າທີ່ໄດ້ຮັບອະນຸຍາດແມ່ນຄົນທີ່ທ່ານສາມາດບອກຊື່ ແລະ ໃຫ້ການເຂົ້າເຖິງຂໍ້ມູນດ້ານທັນຕະກຳຂອງທ່ານ. ຜູ້ຕາງໜ້າທີ່ໄດ້ຮັບອະນຸຍາດສາມາດເປັນສະມາຊິກຄອບຄົວ, ໝູ່ເພື່ອນ, ອົງການຈັດຕັ້ງ ຫຼື ໃຜກໍ່ຕາມທີ່ທ່ານເລືອກ. ຕົວຢ່າງ: ທ່ານອາດຈະຕ້ອງການໃຫ້ຜົວ/ເມຍ ຫຼື ລູກທີ່ເປັນຜູ້ໃຫຍ່ແລ້ວຂອງທ່ານຊ່ວຍທ່ານຕອບຄຳຖາມກ່ຽວກັບການເກັບເງິນ, ການເຮັດການນັດໝາຍ ຫຼື ເພື່ອຮັບຮູ້ສະຖານະດ້ານສຸຂະພາບຂອງທ່ານ. ຂໍ້ມູນເພີ່ມເຕີມສາມາດເບິ່ງໄດ້ໃນປຶ້ມຄູ່ມືສະມາຊິກ.
ຂ້ອຍຈະຂໍ ຫຼື ເພີ່ມຜູ້ຕາງໜ້າທີ່ໄດ້ຮັບອະນຸຍາດໄດ້ແນວໃດ?
ໃຊ້ແບບຟອມຜູ້ຕາງໜ້າທີ່ໄດ້ຮັບອະນຸຍາດເພື່ອແຕ່ງຕັ້ງຜູ້ຕາງໜ້າທີ່ໄດ້ຮັບອະນຸຍາດ. ທ່ານຕ້ອງຕື່ມແບບຟອມໃຫ້ຄົບຖ້ວນ ແລະ ລົງລາຍເຊັນ ແລະ ອາດຈະສົ່ງມັນທາງອີເມວ ຫຼື ສົ່ງມັນທາງໄປສະນີໄປທີ່:
Medi-Cal Dental Program
Attn: Information Security/Privacy Office
P.O. Box 15539
Sacramento, CA 95852-1539
ການແບ່ງຄ່າໃຊ້ຈ່າຍ (Share of Cost, SOC) ແມ່ນຫຍັງ?
ໃນບາງກໍລະນີ, ທ່ານອາດຈະຕ້ອງຈ່າຍຄ່າການແບ່ງຄ່າໃຊ້ຈ່າຍ (Share of Cost, SOC) ແລະ/ຫຼື ຄ່າຈ່າຍຮ່ວມໃນຖານະເປັນສະມາຊິກຂອງ Medi-Cal. SOC ແມ່ນຖືກກຳນົດໂດຍລາຍຮັບແຕ່ລະເດືອນຂອງທ່ານ. ສຳລັບຂໍ້ມູນເພີ່ມເຕີມ, ກະລຸນາເບິ່ງທີ່ ປຶ້ມຄູ່ມືສະມາຊິກ ແລະ ປຶ້ມຄູ່ມື “My Medi-Cal”.
ຕິດຕໍ່ຫາເມດິຄອລ (Medi‑Cal) ທີ່ເບີ 1‑800‑541‑5555 ເພື່ອຊອກເບິ່ງວ່າການແບ່ງຄ່າໃຊ້ຈ່າຍຂອງທ່ານແມ່ນເທົ່າໃດ.
ຂ້ອຍຕ້ອງເຮັດແນວໃດຖ້າຫາກຂ້ອຍຖືກຮຽກເກັບເງິນຈາກບໍລິການທີ່ໄດ້ຮັບການຄຸ້ມຄອງ?
ໂທຫາສູນບໍລິການໂທລະສັບທີ່ເບີ 1‑800‑322‑6384 ຕໍ່ຫາ 11 ສຳລັບການຊ່ວຍເຫຼືອກ່ຽວກັບສະຖານະການຂອງທ່ານ. ຖ້າຫາກທ່ານຖືກຮຽກເກັບເງິນ ຫຼື ໄດ້ຈ່າຍເງິນຄ່າຂັ້ນຕອນການປິ່ນປົວຮັກສາດ້ານທັນຕະກຳທີ່ເປັນສິດຜົນປະໂຫຍດຂອງໂຄງການທັນຕະກຳຂອງ Medi-Cal, ພວກເຮົາອາດຈະສາມາດຊ່ວຍທ່ານຂໍເງິນຄືນໄດ້. ຕາມກົດໝາຍ, ຜູ້ໃຫ້ບໍລິການດ້ານທັນຕະກຳຂອງ Medi-Cal ຕ້ອງສົ່ງເງິນຄືນໃຫ້ແກ່ທ່ານໃນເວລາທີ່ທ່ານໃຫ້ຫຼັກຖານວ່າທ່ານໄດ້ຮັບການຄຸ້ມຄອງ Medi-Cal ໃນເວລາທີ່ທ່ານໄດ້ໃຊ້ບໍລິການທີ່ໄດ້ຮັບການຄຸ້ມຄອງທີ່ຈຳເປັນທາງການແພດ. ກະລຸນາເບິ່ງປຶ້ມຄູ່ມືສະມາຊິກສຳລັບຂໍ້ມູນເພີ່ມເຕີມ.
ສຳລັບຂໍ້ມູນເພີ່ມເຕີມກ່ຽວກັບລາຍການທີ່ຄຸ້ມຄອງໂດຍໂຄງການທັນຕະກຳ Medi-Cal, ກະລຸນາເບິ່ງ ພາກສິດຜົນປະໂຫຍດດ້ານທັນຕະກຳ ຂອງປຶ້ມຄູ່ມືສະມາຊິກ.
ແມ່ນຫຍັງຈະເກີດຂຶ້ນຖ້າຫາກທັນຕະແພດຂອງຂ້ອຍປະຕິເສດທີ່ຈະມອບບັນທຶກທາງດ້ານທັນຕະກຳສະບັບສຳເນົາຂອງຂ້ອຍ?
ທ່ານອາດຈະຍື່ນການຮ້ອງທຸກ ຫຼື ໂທຫາສູນບໍລິການໂທລະສັບທີ່ເບີ 1‑800‑322‑6384 ຕໍ່ຫາ 11. ເພື່ອຮຽນຮູ້ເພີ່ມເຕີມກ່ຽວກັບວິທີຍື່ນຄຳຮ້ອງທຸກ, ເບິ່ງພາກ “ວິທີຍື່ນຄຳຮ້ອງທຸກ” ຂອງໜ້ານີ້.
ຂ້ອຍຈະສາມາດເຮັດບັດສະແດງສິດຜົນປະໂຫຍດ (BIC) ໃໝ່ໄດ້ແນວໃດ?
ຖ້າຫາກທ່ານບໍ່ໄດ້ຮັບ BIC ຂອງທ່ານ ຫຼື ມັນເສຍ ຫຼື ຖືກລັກ, ທ່ານອາດຈະຂໍ BIC ຈາກສຳນັກງານບໍລິການຄາວຕີ້ຂອງທ່ານ. ຖ້າຫາກ BIC ຂອງທ່ານຖືກລັກ, ທ່ານຕ້ອງແຈ້ງຕຳຫຼວດທ້ອງຖິ່ນຂອງທ່ານ ແລະ ສຳນັກງານບໍລິການສັງຄົມປະຈຳຄາວຕີ້ຂອງທ່ານ. ທ່ານຄວນຈະໃຫ້ຂໍ້ມູນກ່ຽວກັບການລັກໃຫ້ໄດ້ຫຼາຍທີ່ສຸດເທົ່າທີ່ເປັນໄປໄດ້. ຖ້າຫາກທ່ານໄດ້ຮັບບັດໃໝ່, ບັດເກົ່າຈະບໍ່ສາມາດໃຊ້ງານໄດ້ອີກຕໍ່ໄປ. ກະລຸນາຕິດຕໍ່ຫາ ສຳນັກງານຄາວຕີ້ໃນທ້ອງຖິ່ນຂອງທ່ານ.
ຖ້າຂ້ອຍຖືພາຂ້ອຍຈະໄດ້ຮັບການຄຸ້ມຄອງບໍ?
Medi-Cal ຄຸ້ມຄອງການບໍລິການປິ່່ນປົວແຂ້ວໃນໄລຍະທີ່ທ່ານຖືພາ ແລະ ຫຼັງຈາກການເກີດລູກເປັນໄລຍະເວລາ 12 ເດືອນ.
ສະຖານະພາບການເຂົ້າເມືອງຂອງຂ້າພະເຈົ້າຈະມີຜົນກະທົບຕໍ່ສິດທີ່ຈະໄດ້ຮັບສະຫວັດດີການ Medi-Cal ຂອງຂ້າພະເຈົ້າຫລືບໍ?
ໂດຍບໍ່ຄໍານຶງເຖິງສະຖານະພາບການເຂົ້າເມືອງຂອງທ່ານ, ທ່ານມີຄຸນສົມບັດໄດ້ຮັບສະຫວັດດີການ Medi-Cal ແບບຄົບວົງຈອນ ຖ້າຫາກວ່າທ່ານມີ:
- ອາຍຸຕໍ່າກວ່າ 26 ປີ
- ເປັນຜູ້ຮັບໂຄງການເຄື່ອນໄຫວເພື່ອລໍຖ້າໄວເດັກ (Deferred Action for Childhood Arrival, DACA)
- ກໍາລັງຖືພາ ຫຼື ໄດ້ຖືພາກ່ອນໜ້ານີ້
- ອາຍຸ 50 ປີຂຶ້ນໄປ
- ໃນວັນທີ 1 ພຶດສະພາ 2022 ໂດຍບໍ່ຄໍານຶງເຖິງສະຖານະພາບການເຂົ້າເມືອງ, ຄາລິຟໍເນຍ ໄດ້ຂະຫຍາຍຂອບເຂດສໍາລັບການຄຸ້ມຄອງສະຫວັດດີການ Medi-Cal ແບບຄົບວົງຈອນສໍາລັບຄົນທີ່ມີອາຍຸ 50 ປີ ຂຶ້ນໄປ. ກະລຸນາສຶກສາເພີ່ມເຕີມໃນໃບປິວຂອງການຂະຫຍາຍສິດທິໃຫ້ແກ່ຜູ້ສູງອາຍຸ (Older Adult Expansion) ຂອງພວກເຮົາ.
ຂ້ອຍຈະໄດ້ຮັບການກວດສຸຂະພາບແຂ້ວຂອງຂ້ອຍໄດ້ຈັກຄັ້ງ?
Medi-Cal ຄຸ້ມຄອງການກວດສຸຂະພາບແຂ້ວຟຣີ ຫຼື ໃນລາຄາທີ່ຕ່ຳ ສອງຄັ້ງຕໍ່ປີສໍາລັບສະມາຊິກອາຍຸຕໍ່າກວ່າ 21 ປີ ແລະ ໜຶ່ງຄັ້ງຕໍ່ປີ ສໍາລັບສະມາຊິກທີ່ມີອາຍຸຕັ້ງແຕ່ 21 ປີ ຂຶ້ນໄປ.
ການອັດແຂ້ວແມງແມ່ນຫຍັງ?
ການອັດແຂ້ວແມງແມ່ນການເຄຶອບປ້ອງກັນ ຊື່ງຈະຊ່ວຍປ້ອງກັນແຂ້ວກົກຂອງເດັກນ້ອຍ (ແຂ້ວແມງ) ເພື່ອບໍ່ໃຫ້ເປັນແມງ ແລະ ປ້ອງກັນບໍ່ໃຫ້ແຂ້ວເປັນແມງໄປອີກເປັນເວລາຫຼາຍປີ. ເປັນການອັດທີ່ເຮັດໄດ້ໄວ ແລະ ບໍ່ເຮັດໃຫ້ເຈັບ ແລະ ກໍ່ເປັນສ່ວນໜຶ່ງຂອງສະຫວັດດີການປິ່ນປົວແຂ້ວຂອງ Medi-Cal.
ຂໍ້ມູນສະມາຊິກ
ການຊ່ວຍເຫຼືອດ້ານການເດີນທາງ
ທ່ານອາດຈະມີສິດສຳລັບການເດີນທາງ, ຖ້າຫາກການນັດໝາຍຂອງທ່ານແມ່ນມີຄວາມຈຳເປັນທາງການແພດ. ທ່ານສາມາດເບິ່ງລາຍລະອຽດເພີ່ມເຕີມໃນປຶ້ມຄູ່ມືຂອງສະມາຊິກ.
ເພື່ອຂໍຄວາມຊ່ວຍເຫຼືອດ້ານການເດີນທາງ, ໂທຫາສາຍດ່ວນສູນບໍລິການໂທລະສັບທີ່ເບີ 1‑800‑322‑6384 ຕໍ່ຫາ 11. ການເດີນທາງຕ້ອງໃຊ້ສຳລັບການປິ່ນປົວສຸຂະພາບທີ່ຈຳເປັນທີ່ຄຸ້ມຄອງໂດຍໂຄງການ Medi-Cal ເທົ່ານັ້ນ.
ຖ້າຫາກທ່ານຕ້ອງການລົດເພື່ອໄປຕາມການນັດໝາຍຂອງທ່ານ, ແຕ່ທ່ານບໍ່ມີສິດສຳລັບບໍລິການເດີນທາງທີ່ບໍ່ແມ່ນເຫດຈຳເປັນໃນກໍລະນີສຸກເສີນທາງການແພດ, ກະລຸນາເບິ່ງລາຍຊື່ຂອງ ຜູ້ໃຫ້ບໍລິການດ້ານການເດີນທາງທີ່ບໍ່ແມ່ນທາງການແພດທີ່ໄດ້ຮັບການອະນຸມັດນີ້.
ວິທີຍື່ນຄຳຮ້ອງທຸກ
ທ່ານສາມາດຍື່ນຄຳຮ້ອງທຸກໄດ້ໂດຍການໂທຫາສູນບໍລິການໂທລະສັບທີ່ເບີ 1-800-322-6384 ຕໍ່ຫາ 11 ແລະ ລົມກັບຜູ້ຕາງໜ້າ.
ທ່ານຍັງສາມາດດາວໂຫຼດແບບຟອມຮ້ອງທຸກ Medi-Cal ແລະ ສົ່ງມັນໄປທາງອີເມວ ຫຼື ສົ່ງທາງໄປສະນີເຖິງ:
Medi-Cal Dental Program Member Services Group
P.O. Box 15539
Sacramento, CA 95852-1539
ບໍລິການນາຍແປພາສາໃນລະຫວ່າງການນັດໝາຍ
Medi-Cal ໃຫ້ການຊ່ວຍເຫຼືອບໍລິການແປພາສາ ແລະ ບໍລິການແປພາສາມື (ASL) ແກ່ສະມາຊິກຂອງ Medi-Cal ໂດຍບໍ່ເສຍຄ່າໃຊ້ຈ່າຍໃດໆ. ນາຍແປພາສາແມ່ນມີໃຫ້ບໍລິການຫຼາຍກວ່າ 250 ພາສາ ແລະ ພາສາທ້ອງຖິ່ນອື່ນໆ.
ທ່ານ ຫຼື ຫ້ອງການທັນຕະກຳຂອງທ່ານສາມາດໂທຫາສູນບໍລິການໂທລະສັບ (TSC) ທີ່ເບີ 1‑800‑322‑6384 ໄດ້ແຕ່ວັນຈັນຮອດວັນສຸກ, ເວລາ 8 ໂມງເຊົ້າຫາ 5 ໂມງແລງເພື່ອຂໍການຊ່ວຍເຫຼືອການແປພາສາທາງໂທລະສັບໃນລະຫວ່າງການນັດໝາຍຂອງທ່ານ. ການຊ່ວຍເຫຼືອດ້ານພາສາບໍ່ສາມາດນັດໄວ້ລ່ວງໜ້າໄດ້.
ຖ້າຫາກທ່ານເປັນສະມາຊິກທີ່ມີຂີດຈຳກັດໃນດ້ານການໄດ້ຍິນ ຫຼື ການເວົ້າ, ທ່ານສາມາດໂທຫາສາຍດ່ວນ Teletext Typewriter (TTY) ທີ່ເບີ 1‑800‑735‑2922, ແຕ່ວັນຈັນຫາວັນສຸກ, ເວລາ 8 ໂມງເຊົ້າຮອດ 5 ໂມງແລງ ; ໃນເວລາອື່ນ, ທ່ານຄວນຈະໂທຫາ California Relay Service TDD/TTY ທີ່ເບີ 711 ເພື່ອຂໍຄວາມຊ່ວຍເຫຼືອ. ສຳລັບຄວາມຊ່ວຍເຫຼືອສຳລັບການຈັດຕາຕະລາງບໍລິການແປພາສາ ASL ໃນລະຫວ່າງການນັດໝາຍທາງທັນຕະກຳຂອງທ່ານ, ກະລຸນາໃຫ້ຜູ້ດຳເນີນງານໂທໄປທີ່ສາຍດ່ວນຂອງສະມາຊິກແບບບໍ່ເສຍຄ່າທີ່ເບີ 1‑800‑322‑6384.
ສູນບໍລິການໂທລະສັບ
ຖ້າຫາກທ່ານມີຄຳຖາມທີ່ບໍ່ໄດ້ຂຽນໄວ້ໃນນັ້ນ, ກະລຸນາໂທຫາສາຍດ່ວນບໍລິການໂທລະສັບທເບີີ່ 1‑800‑322‑6384 ຕໍ່ຫາ 11. ການໂທແມ່ນບໍ່ເສຍຄ່າ ແລະ ຕົວແທນທັນຕະກຳເມດິຄໍ (Medi‑Cal) ພ້ອມໃຫ້ຄວາມຊ່ວຍເຫຼືອທ່ານຕັ້ງແຕ່ວັນຈັນຫາວັນສຸກເວລາ 8 ໂມງເຊົ້າ – 5 ໂມງແລງຕາມເວລາປາຊີຟິກ (PT).
ເອກະສານຂອງສະມາຊິກ
- ແຜ່ນພັບກ່ຽວກັບທັນຕະກຳຂອງ Medi-Cal
- ໃບປິວກ່ຽວກັບທັນຕະກຳຂອງ Medi-Cal
- ຈົດໝາຍສຳລັບການເຂົ້າຮ່ວມໃໝ່
- ປຶ້ມຄູ່ມືຂອງສະມາຊິກ
- ແບບຟອມການຮ້ອງທຸກກ່ຽວກັບທັນຕະກຳຂອງ Medi-Cal
- ຂໍ້ມູນດ້ານທັນຕະກຳຜູ້ໃຫຍ່ຂອງ Medi-Cal
- ແຈ້ງການກ່ຽວກັບການຮຽກເກັບເງິນທີ່ບໍ່ຖືກຕ້ອງ
- ແຈ້ງການກ່ຽວກັບການດຳເນີນງານດ້ານທັນຕະກຳຂອງ Medi-Cal
- ຜູ້ໃຫ້ບໍລິການຂົນສົ່ງທີ່ບໍ່ແມ່ນທາງການແພດທີ່ໄດ້ຮັບອະນຸມັດ